Select your language

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ (ອິນຊີ ເງິນຕິດປີກບິນ)

Image

ປະຫວັດຄວາມເປັນມາ

ສະຖາບັນການເງິນຈຸລະພາກທີບໍ່ຮັບເງິນຝາກ ອິນຊີຈຳກັດ (ອິນຊີເງິນຕິດປີກ) ເປັນສະຖາບັນການເງິນທີ່ຢູ່ພາຍໃຕ້ ອິນຊີ ກຣຸບ ໄດ້ສ້າງຕັ້ງຂື້ນໃນວັນທີ 15 ພະຈິກ 2021 ດ້ວຍທຶນຈົດທະບຽນ 10,000,000,000 ກີບ ເພື່ອແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ ແລະ ຟື້ນຟູເສດຖະກິດສັງຄົມໃນຊ່ວງການລະບາດຂອງພະຍາດໂຄວິດ 19 ໂດຍອີງຕາມນະໂຍບາຍການສົ່ງເສີມການລົງທຶນຂອງສະຖາບັນການເງິນຈຸລາພາກເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຊຸມຊົນຜູ້ທີ່ບໍ່ສາມາດເຂົ້າເຖິງທະນາຄານໄດ້.
Image

ສິນເຊື່ອ ເພື່ອລູກຄ້າລາຍຍ່ອຍ


Image

ສິນເຊື່ອ ເພື່ອພະນັກງານລັດຖະກອນ


Image

ສິນເຊື່ອ ເພື່ອພະນັກງານເອກະຊົນ


Image

ສິນເຊື່ອ ເພື່ອສົ່ງເສີມ SME


Image

ທ່ານຮູ້ບໍ່ວ່າ ການກູ້ເງິນໃນລະບົບມີຂໍ້ດີແນວໃດ?

#ຜູ້ໃຫ້ກູ້: ທະນາຄານ ຫຼື ສະຖາບັນການເງິນພາຍໃຕ້ການຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ
#ກົດໝາຍວ່າດ້ວຍການຄຸ້ມຄອງ: ມີກົດໝາຍປົກປ້ອງ
#ອັດຕາດອກເບ້ຍ ແລະຄ່າທໍານຽມຕ່າງໆ: ມີການແຈ້ງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆຢ່າງຈະແຈ້ງ ແລະ ຕໍ່າກວ່າ
#ຄວາມຫຍຸ້ງຍາກໃນການກູ້ຢືມ: ຖ້າມີຫຼັກຊັບຄ້ຳປະກັນ ຫຼື ມີເຄຼດິດທາງດ້ານການເງິນທີ່ດີ ມັນກໍ່ຈະງ່າຍຂຶ້ນທີ່ຈະໄດ້ຮັບເງິນກູ້. ຢ່າງໃດກໍຕາມ, ຖ້າບໍ່ມີເຄຼດິດທາງດ້ານການເງິນເລີຍ ອາດຈະບໍ່ສາມາດກູ້ຢືມເງິນໄດ້ ແລະ ຕ້ອງກະກຽມເອກະສານປະກອບການກູ້ຢືມຕາມທີ່ສະຖາບັນການເງິນກຳນົດ ອັນນີ້ອາດຈະໃຊ້ເວລາດົນກວ່າໃນການອະນຸມັດເງິນກູ້
#ຄວາມປອດໄພຂອງຂໍ້ມູນລູກຄ້າ: ຂໍ້​ມູນ​ຂອງ​ລູກ​ຄ້າ​ໄດ້​ຖືກ​ເກັບ​ຮັກ​ສາ​ໄວ້​ເປັນ​ຄວາມ​ລັບ​ຕາມ​ທີ່​ກໍາ​ນົດ​ໄວ້​ໃນ​ກົດ​ຫມາຍ​
#ເງື່ອນໄຂສັນຍາ: ມີສັນຍາທີ່ຊັດເຈນ ແລະຍຸຕິທໍາ ມີການກໍານົດອັດຕາດອກເບ້ຍ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ຊັດເຈນໃນເວລາທີ່ຊໍາລະຫນີ້ສິນ, ສະຖາບັນການເງິນຍັງໄດ້ອອກຫຼັກຖານທີ່ຈະແຈ້ງກ່ຽວກັບການຊໍາລະໃຫ້ລູກໜີ້ເປັນຫຼັກຖານ
ເຫັນໄດ້ວ່າ ຖ້າຈຳເປັນຕ້ອງກູ້ຢືມເງິນ, ການກູ້ເງິນໃນລະບົບຈະເຮັດໃຫ້ເຮົາໄດ້ຮັບຄວາມຍຸຕິທຳ ແລະ ມີຊັດເຈນ ເພາະມີກົດໝາຍຄຸ້ມຄອງ
ນອກຈາກນັ້ນ, ທ່ານຈະໄດ້ຮັບອັດຕາດອກເບ້ຍຕ່ໍາໃນການກູ້ຢືມເງິນຂອງທ່ານ ແລະ ປອດໄພ (ທັງຊີວິດແລະຊັບສິນ) ກ່ວາການກູ້ຢືມເງິນນອກລະບົບ
ຢ່າງໃດກໍຕາມ, ຖ້າຫາກວ່າທ່ານບັງເອີນກາຍເປັນຫນີ້ສິນນອກລະບົບ ໃຫ້ພິຈາລະນາການປັບໂຄງສ້າງຫນີ້ສິນ ເພື່ອເຂົ້າມາຢູ່ລະບົບຈະດີກວ່າ.

ໂປໂມຊັ່ນມາແລ້ວ ຟຣີຄ່າທຳນຽມ

🎉 ສະເພາະບຸນນະມັດສະການພຣະທາດຫຼວງວຽງຈັນ ສະໝັກສິນເຊື່ອ ວັນທີ 23-27 ພະຈິກ 2023 ນີ້
📌ມີຫັຍງແນ່ມາເບິ່ງກັນເລີຍ~~
- ຟຣີຄ່າທຳນຽມ
- ວົງເງິນສູງເຖິງ 200 ລ້ານກີບ
- ໄລຍະເວລາ ສູງເຖິງ 48 ເດືອນ
- ຮັບປິດຫນີ້ຈາກສະຖາບັນອື່ນ ບໍ່ວ່າຈະເປັນເງິນກີບ ຫຼື ເງິນຕາຕ່າງປະເທດ
- ບໍ່ຈໍາກັດຈໍານວນລູກຄ້າ
📍 ສະເພາະລູກຄ້າທີ່ມາສະໝັກສິນເຊື່ອຢູ່ທີ່ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ
ຕັ້ງຢູ່ ຖະໜົນ 23 ສິງຫາ ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
Image
Image

🥳 ພວກເຮົາຍົກຂະບວນມາແຈກຂອງລາງວັນແບບ "ຈັດໜັກ ຈັດເຕັມ" ໄປເລີຍ 🎉

ທີ່ງານ ບຸນນະມັດສະການພຣະທາດຫຼວງວຽງຈັນ ເລີ່ມຕັ້ງແຕ່ວັນທີ 23-27 ພະຈິກ 2023 ນີ້
ທຸກທ່ານຈະໄດ້ພົບກັບກິດຈະກຳທີ່ມ່ວນໆ ແລະ ລຸ້ນຮັບຂອງລາງວັນທີ່ຫຼາກຫຼາຍຢູ່ພາຍໃນງານ 😊
📍ຢ່າລືມມາແວ່ຫາພວກເຮົາແນ່ເດີ້
Image